ການຄິດໃຫ້ເຫັນພາບ(Visualisational Thinking)

ເມື່ອທ່ານໄດ້ສຶກສາຂັ້ນຕອນການສ້າງທັງ 3 ຂັ້ນຕອນແລ້ວ ບາງ

ທ່ານອາດໄດ້ລອງປະຕິບັດ ຫລື ຍັງບໍ່ໄດ້ລົງມືປະຕິບັດກະບໍ່ເປັນຫຍັງ ຕອນນີ້

ເຮົາມາຮູ້ຈັກ ການຄິດໃຫ້ເຫັນພາບກັນ(Visualisational Thinking)ດີກວ່າ

ການຄິດໃຫ້ເຫັນພາບ(Visualisational Thinking)

ເປັນການເສີມສ້າງພະລັງຈິດໃຈໃຫ້ດຶງດູດສິ່ງທີ່

ຕ້ອງການໃຫ້ໄວຂຶ້ນ ເວົ້າອີກຢ່າງຫນຶ່ງຄື ການການຄິດໃຫ້ເຫັນພາບນັ້ນ

ປຽບສະເຫມືອນປຸ໋ຍເລັ່ງທີ່ເຮັດໃຫ້ເປົ້າຫມາຍຂອງເຮົາສຳເລັດໄວຂຶ້ນນັ້ນເອງ

ເມື່ອເຮົາຈິນຕະການເຖິງເປົ້າຫມາຍເຮົາຫລາຍເທົ່າໄດ້ແລະພາບ

ນັ້ນຍິ່ງຊັດເຈນຂຶ້ນ ຈົນເຮົາຮູ້ສຶກໄດ້ວ່າມັນເກິດຂຶ້ນແລະເປັນຈິງແລ້ວ

ນັ້ນຫມາຍຄວາມວ່າ ຈິດໃຈຂອງເຮົາຈະນຳສິ່ງນັ້ນເຂົ້າມາຫາເຮົາເອງ

ຫລືມັນອາດຈະນຳເຮົາໄປຫາສິ່ງນັ້ນຈົນໄດ້

ລອງຈິນຕະນາການເບິ່ງວ່າຖ້າໃນຂະນະນີ້ມືຂອງທ່ານທັງສອງໄດ້

ສຳຜັດກັບລົດເກງຄັນໃຫມ່ອ່ຽມ ອາດຈະເປັນ Honda City zx

ຫລື Toyota Vios ກໍ່ແລ້ວແຕ່ ລອງສັງເກດເບິ່ງຄວາມຮູ້ສຶກຂອງທ່ານ

ເອງວ່າເປັນແນວໃດ ຖ້າຕອນນີ້ຫົວໃຈຂອງທ່ານເຕັ້ນແຮງ ຮູ້ສຶກດີໃຈ ພູມໃຈ ຫລືມີຄວາມສຸກ

ນັ້ນຫມາຍຄວາມວ່າ ລົດເກງຄັນນີ້ກຳລັງຈະເປັນຂອງທ່ານ ແລະສຸດທ້າຍມັນກໍ່ຈະເປັນຈິງ

ການຄິດໃນດ້ານບວກ(Positive Thinking)

ຫລາຍຄົນສົງໄສວ່າ ເຮັດແນວໃດເຖິງຈະຮູ້ສຶກດີຕະຫລອດເວລາໄດ້ລ່ະ?

ຄຳຕອບ:ຄິດໃນດ້ານບວກ

ຄິດໃນດ້ານບວກເປັນເຄື່ອງມືທີ່ງາຍໆແຕ່ດີທີ່ສຸດທີ່ຈະຊ່ວຍໃຫ້ເຮົາຮູ້ສຶກດີ,ເມື່ອໃດກໍ່ຕາມທີ່ທ່ານຮູ້ສຶກເສົ້າຫລືບໍ່ສະບາຍໃຈ ທ່ານລອງຢິບເຄື່ອງມືນີ້ຂຶ້ນມາໃຊ້ ມັນບໍ່ພຽງແຕ່ຈະເຮັດໃຫ້ທ່ານຮູ້ສຶກດີເທົ່ານັ້ນແຕ່ທ່ານຍັງຈະໄດ້ຮັບສິ່ງທີ່ດີໆຈາກການທີ່ທ່ານຮູ້ສຶກດີນຳອີກ

ຄິດໃນດ້ານບວກແບບໃດລ່ະ?

ພຽງແຕ່ທ່ານຮູ້ສຶກດີ ຄິດດີ ສິ່ງດີໆກໍ່ຈະລັ່ງໄຫລເຂົ້າມາຫາຕົວທ່ານເອງ,ຕອນທີ່ທ່ານຮູ້ສຶກດີຈິດໃຈຂອງທ່ານໄດ້ຮັບແຕ່ສິ່ງດີໆ ພະລັງງານທີ່ສົ່ງອອກໄປກໍ່ຈະນຳສິ່ງດີໆກັບຄືນເຂົ້າມາຫາທ່ານ

ຕາມກົດຟີຊິກສາດເວົ້າວ່າ ທຸກສິ່ງທຸກຢ່າງເປັນພະລັງງານ ບໍ່ວ່າຈະເປັນໂຕະ ຕັ່ງ ປື້ມ ແລະ ອື່ນໆ ຫລື ແມ້ກະທັ່ງຄົນ ລວມທັງຈິດໃຈຂອງເຮົາ ກໍ່ຍັງເປັນພະລັງງານ,ທຸກຢ່າງເກິດຈາກການລວມຕົວຂອງໂມເລກຸນ ອະຕອມ ອະນຸພາກ ປະກປບກັນເປັນສິ່ງໃດສິ່ງຫນຶ່ງຂຶ້ນມາ

read on

(…)ຢູ່ໃນມືຂອງທ່ານແລ້ວ

ຫລາຍໆທ່ານອາດຈະເຄີຍອ່ານຫນັງສື ເດິ ຊີເຄຣດ”The secret” ທີ່ໂດ່ງດັງໄປທົ່ວໂລກມາແລ້ວ ເຊິ່ງຫລາຍຄົນທີ່ເຄີຍອ່ານຫລືສຶກສາມາ ອາດຈະຍັງສົງໄສວ່າມັນເປັນຈິງບໍ່ໃຊ້ໄດ້ຜົນບໍ ສຳຫລັບຕົວຂ້າພະເຈົ້າເອງເຫັນ່ວາ ກົດແຫ່ງການດຶງດູດມີມູນຄວາມຈິງ ແລະໃຊ້ໄດ້ຜົນຈິງ ເພາະວ່າຂ້າພະເຈົ້າໄດ້ຕັ້ງໃຈລອງປະຕິບັດມາແລ້ວແລະເຫັນວ່າມັນເປັນຈິງ ທຸກປະການ ນອກຈາກນັ້ນຂ້າພະເຈົ້າຍັງໄດ້ສຶກສາຈາກຫລາຍຕຳລາແລະຂ້າພະເຈົ້ານຳມາ ຄວາມຮູ້ທີ່ໄດ້ມາຍ່ອຍໃຫ້ເຂົ້້າໃຈ ແລະຈັດຫມວດຫມູ່ໃຫມ່ ແຕ່ພາຍໃຕ້ຄວາມເຂົ້າຈິງທຸກຢ່າງ (ແຕ່ປາສະຈາກບໍ່ໄດ້ກັບຄວາມຂາດຕ້ອງບົກຜ່ອງ ເນື່ອງຈາກເປັນການຂຽນຄັ້ງແຣກ ) ຖ້າທຸກທ່ານພ້ອມແລ້ວເຮົາໄປຮູ້ຈັກກັບ“ກົດແຫ່ງການດຶງດູດ”ກັນເລີຍ!!!

ກົດແຫ່ງການດຶງດູດເປັນກົດທີ່ສາມາດດຶງດູດທຸກສິ່ງທຸກຢ່າງ ເພາະຈິດຂອງຄົນເຮົາມີພະລັງອຳນາດມະຫາສານ ມັນສາມາດນຳໃຊ້ໄດ້ໃນທຸກໆດ້ານຂອງຊີວິດ ບໍ່ວ່າຈະເປັນ ດ້ານການເງິນ ດ້ານສຸຂະພາບ ດ້ານຄວາມສຳພັນ ຄວາມສຳເລັດດ້ານຕ່າງ ລວມທັງຄວາມສຸກທີ່ທຸກຄົ້ນຫາ ເປັນຈິງໄດ້ດ້ວຍການໃຊ້ກົດນີ້”ກົດແຫ່ງການດຶງດູດ” ຕ້ອງຂໍຂອບໃຈເປັນຢ່າງສູງສຳຫລັບຫນັງສື ເດິ ຊີເຄຣດ”The Secret” ທີ່ນຳສະເຫນີ 3 ຂັ້ນຕອນງ່າຍດັ່ງນີ້:

1.ຂໍ (ASK) ພຽງແຕ່ທ່ານຂໍ ບໍ່ວ່າສິ່ງໃດກໍຕາມທີ່ທ່ານຂໍອອກໄປມັນຈະເປັນຈິງຕອນນີ້ທ່ານມີສິ່ງຕ້ອງການທີ່ຈະເປັນ ທີ່ຈະມີ ທີ່ຈະເຮັດຫລື ຍັງ ຖ້າມີແລ້ວເວົ້າອອກມາດັງໆ ຫລືຂຽນມັນໃສ່ປື້ມບັນທຶກຂອງທ່ານ

2.ເຊື່ອ (Believe) ທ່ານຕ້ອງມີຄວາມເຊື່ອ ເຊື່ອວ່າທ່ານຈະໄດ້ຮັບມັນ ທ່ານຕ້ອງສັດທາໃນຄຳຂໍຂອງທ່ານທີ່ທ່ານໄດ້ຂໍອອກໄປ

ເຊື່ອໃນທີ່ນີ້ຫມາຍເຖິງ ເຊື່ອໂດຍປາສະຈາກ ຄວາມສົງໄສ ທ່ານບໍ່ຕ້ອງສົງໄສວ່າທ່ນຈະໄດ້ຮັບມັນຫລືບໍ ຫລື ສົງໄສວ່າມັນຈະເປັນຈິງບໍ ຄວາມຮູ້ສຶກແບບນີ້ ບໍ່ແມ່ນຄວາມເຊື່ອທີ່ແທ້ຈິງ ທ່ານຕ້ອງຮູ້ສຶກວ່າສິ່ງທີ່ທ່ານຂໍກຳລັງເຂົ້າມາຫາທ່ານ ຫລືທ່ານກຳລັງຈະໄປຫາມັນ ແລະມັນຕ້ອງເປັນຈິງ!!!

3.ການຮັບ(Receive) ທ່ານຕ້ອງປະຕິບັດຕົວເອງກ່ອນແລະຮູ້ສຶກເຖິງສິ່ງທີ່ທ່ານຕ້ອງການວ່າ

read on